ຄຳຖາມທີ່ພົບເລື້ອຍໆໃນການປະຕິບັດຕົວຈິງ ສຳລັບການວາງແຜນການເດີນທາງທີ່ລາບລື່ນໃນຫວຽດນາມ
ປັດຈຸບັນ ຫວຽດນາມ ມີການຍົກເວັ້ນວີຊາແຕ່ 15 ຫາ 30 ວັນ ສຳລັບພົນລະເມືອງຂອງ 22 ປະເທດ. ກວດເບິ່ງວ່າທ່ານມີສິດໄດ້ຮັບການຍົກເວັ້ນວີຊາຫວຽດນາມບໍ ຢູ່ທີ່ນີ້.
ຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດທີ່ເປັນຄູ່ສົມລົດ ຫຼື ລູກຂອງຊາວຫວຽດນາມຢູ່ຕ່າງປະເທດ ຫຼື ພົນລະເມືອງຫວຽດນາມ ແມ່ນໄດ້ຮັບການຍົກເວັ້ນວີຊາໃນການເດີນທາງເຂົ້າ ຫວຽດນາມ. ນັກທ່ອງທ່ຽວໃນກຸ່ມນີ້ແມ່ນໄດ້ຮັບອະນຸຍາດໃຫ້ພັກຢູ່ໄດ້ໂດຍບໍ່ຕ້ອງມີວີຊາສູງສຸດ 6 ເດືອນ.
💡 ອ່ານຕໍ່: ຂໍ້ກຳນົດດ້ານວີຊາຂອງຫວຽດນາມ
ຄົນຕ່າງປະເທດ ແລະ ຊາວຫວຽດນາມທີ່ຖືໜັງສືຜ່ານແດນຕ່າງປະເທດ ແມ່ນໄດ້ຮັບອະນຸຍາດໃຫ້ພັກຢູ່ໃນເກາະ ຟູກວກ ເປັນເວລາບໍ່ເກີນ 30 ວັນໂດຍບໍ່ຕ້ອງມີວີຊາ. ຄົນຕ່າງປະເທດທີ່ຜ່ານດ່ານສາກົນເຂົ້າ ຫວຽດນາມ (ທາງອາກາດ ຫຼື ທາງທະເລ) ແລ້ວເດີນທາງຕໍ່ໂດຍກົງໄປເກາະ ຟູກວກ ກໍສາມາດນຳໃຊ້ໂຍບາຍຍົກເວັ້ນວີຊາ 30 ວັນນີ້ໄດ້ຄືກັນ.
💡 ອ່ານຕໍ່: ຂໍ້ກຳນົດດ້ານວີຊາຂອງຫວຽດນາມ
ວີຊາທີ່ອອກໃຫ້ເມື່ອຮອດແມ່ນໃຫ້ສະເພາະນັກທ່ອງທ່ຽວທີ່ຖື ຈົດໝາຍອະນຸມັດວີຊາລ່ວງໜ້າ. ຈົດໝາຍນີ້ສາມາດດຳເນີນການໄດ້ພາຍໃນບໍ່ເທົ່າໃດມື້ຜ່ານສະຖານທູດປະຈຳທ້ອງຖິ່ນຂອງທ່ານ ຫຼື ຕົວແທນທ່ອງທ່ຽວພາຍນອກກ່ອນການເດີນທາງຂອງທ່ານ.
ຫວຽດນາມຍັງມີ e-visa ສໍາລັບການພັກເຊົາສູງສຸດ 30 ວັນ ໃຫ້ແກ່ພົນລະເມືອງຂອງ 46 ປະເທດ.
💡 ອ່ານຕໍ່: ຄູ່ມືທາງການກ່ຽວກັບ e-Visa ສໍາລັບຫວຽດນາມ
ທ່ານສາມາດອ່ານຂໍ້ມູນທັງໝົດກ່ຽວກັບຂັ້ນຕອນການສະໝັກ e-Visa ໃນໜ້ານີ້. ສຳລັບຂັ້ນຕອນການສະໝັກ e-Visa ຂອງຫວຽດນາມທາງອອນລາຍແບບຫຍໍ້, ກະລຸນາເບິ່ງຂັ້ນຕອນລຸ່ມນີ້.
ຂັ້ນຕອນທີ 1: ເຂົ້າໄປທີ່ https://www.immigration.gov.vn ແລ້ວກອກຂໍ້ມູນທີ່ຈຳເປັນ, ອັບໂຫຼດຮູບໜ້າຂໍ້ມູນໜັງສືຜ່ານແດນ ແລະ ຮູບຖ່າຍຂອງທ່ານ.
ຂັ້ນຕອນທີ 2: ຮັບລະຫັດເອກະສານຂອງທ່ານ ແລະ ຊຳລະຄ່າທຳນຽມ e-Visa.
ຂັ້ນຕອນທີ 3: ຮັບ e-Visa ຂອງທ່ານ ຫຼື ຂໍ້ມູນທີ່ກ່ຽວຂ້ອງພາຍໃນ 3 ມື້ລັດຖະການ ນັບຕັ້ງແຕ່ຍື່ນໃບສະໝັກ ແລະ ຊຳລະເງິນ.
ຂັ້ນຕອນທີ 4: ໃຊ້ລະຫັດເອກະສານຂອງທ່ານເພື່ອເບິ່ງຜົນ ແລະ ພິມ e-Visa ຂອງທ່ານ.
💡 ອ່ານຕໍ່: ຂໍ້ກຳນົດດ້ານວີຊາຂອງຫວຽດນາມ
ສະພາບອາກາດຢູ່ເຂດພາກເໜືອຂອງຫວຽດນາມແມ່ນເປັນແບບອົບອຸ່ນ ດັ່ງນັ້ນຄວນກະກຽມຮັບມືກັບອາກາດໜາວໃນເດືອນລະດູໜາວຕັ້ງແຕ່ເດືອນທັນວາ ຫາ ເດືອນມີນາ. ເດືອນເມສາ ແລະ ເດືອນພຶດສະພາ ຈະມີແສງແດດ ແລະ ລົມເຢັນສົດຊື່ນ, ໃນຂະນະທີ່ເດືອນກັນຍາ ຫາ ເດືອນຕຸລາ ແມ່ນເປັນທີ່ນິຍົມຍ້ອນມີອຸນຫະພູມທີ່ເຢັນກວ່າ ແລະ ທ້ອງຟ້າແຈ່ມໃສ.
💡 ອ່ານຕໍ່: ລົມຟ້າອາກາດ ແລະ ສະພາບອາກາດໃນຫວຽດນາມ
ເດືອນເມສາ ແລະ ເດືອນພຶດສະພາ ອາດຈະມີອາກາດຮ້ອນຫຼາຍ. ບາງພື້ນທີ່ ເຊັ່ນ: ພາກກາງຂອງຫວຽດນາມ ຈະພົບກັບພະຍຸ ແລະ ນ້ຳທ່ວມໃນໄລຍະທ້າຍລະດູຝົນ. ນອກຈາກນີ້, ໃນລະຫວ່າງງານບຸນເຕັດ (Tet) ຫຼາຍທຸລະກິດມັກຈະປິດ, ເຊິ່ງອາດຈະບໍ່ສະດວກສຳລັບນັກທ່ອງທ່ຽວທີ່ມີເວລາຈຳກັດ.
💡 ອ່ານຕໍ່: ລົມຟ້າອາກາດ ແລະ ສະພາບອາກາດໃນຫວຽດນາມ
ວິທີທີ່ຕື່ນເຕັ້ນໃນການສຳຜັດກັບເຂດພູດອຍ ຊາປາ (Sapa) ແມ່ນການຂີ່ລົດຈັກ. ສຳລັບຜູ້ທີ່ມັກຄວາມຕື່ນເຕັ້ນໜ້ອຍກວ່າ, ການອາບນ້ຳສະໝຸນໄພຂອງເຜົ່າ Dao ຖືເປັນປະສົບການທີ່ຜ່ອນຄາຍ, ຫຼື ທ່ານສາມາດຂີ່ກະເຊົ້າລອຍຂຶ້ນໄປຍັງຍອດພູ Fansipan ໄດ້. ທ່ານຍັງສາມາດສຳຫຼວດວັດທະນະທຳຂອງບັນດາກຸ່ມຊົນເຜົ່າໃນພູມິພາກນີ້ໄດ້ຕາມຕະຫຼາດທີ່ມີສີສັນ ແລະ ຄລາສຮຽນຫັດຖະກຳ.
💡 ອ່ານຕໍ່: ຊາປາ
Phong Nha ໄດ້ຮັບຄວາມນິຍົມເພີ່ມຂຶ້ນຢ່າງວ່ອງໄວເມື່ອບໍ່ດົນມານີ້ ເນື່ອງຈາກການເປີດຕົວຂອງ Son Doong ເຊິ່ງເປັນລະບົບຖ້ຳທີ່ໃຫຍ່ທີ່ສຸດໃນໂລກ. ຖ້າທ່ານບໍ່ມີງົບປະມານ ຫຼື ຄວາມອົດທົນພໍທີ່ຈະຖໍ້າຖ້າຄິວຍາວນານເຖິງສອງປີ, Phong Nha ຍັງມີທາງເລືອກອື່ນໆ ອີກຫຼາຍຢ່າງທີ່ຕື່ນເຕັ້ນບໍ່ແພ້ກັນ ແລະ ເຂົ້າເຖິງໄດ້ງ່າຍກວ່າ. ທ່ານສາມາດຂີ່ເຮືອຈາກຕົວເມືອງໄປຕາມແມ່່ນ້ຳເຂົ້າໄປໃນຖ້ຳ Phong Nha ເປັນເວລາສອງສາມຊົ່ວໂມງ ຫຼື ອອກເດີນທາງທ່ຽວປ່າຫຼາຍມື້ໃນອຸທິຍານແຫ່ງຊາດ.
ອ່ານເພີ່ມເຕີມ: Phong Nha
ຄ່າແທັກຊີໄປ-ກັບ ຈາກສະໜາມບິນ ຕັນເຊີນເຍິດ (Tan Son Nhat) ຂອງນະຄອນໂຮ່ຈີມິນ ຄວນມີລາຄາລະຫວ່າງ 120,000 VND ຫາ 170,000 VND ແລະ ໃຊ້ເວລາປະມານ 30 ຫາ 50 ນາທີ. ສ່ວນຄ່າແທັກຊີຈາກສະໜາມບິນ ໂນ້ຍບ່າຍ (Noi Bai) ຂອງຮ່າໂນ້ຍ ແມ່ນຖືກກຳນົດລາຄາໄວ້ທີ່ 330,000 VND ແລະ ອາດໃຊ້ເວລາປະມານ 45 ຫາ 60 ນາທີ ຂຶ້ນກັບສະພາບການຈາລະຈອນ.
💡 ອ່ານຕໍ່: ການເດີນທາງພາຍໃນປະເທດຫວຽດນາມ
ໜ້າເສຍດາຍ, ການຕົ້ມຕຸນຂອງແທັກຊີແມ່ນສິ່ງທີ່ນັກທ່ອງທ່ຽວໃນປະເທດຫວຽດນາມມີຄວາມກັງວົນ. ຄວນໃຊ້ບໍລິການບໍລິສັດແທັກຊີທີ່ມີຊື່ສຽງເທົ່ານັ້ນ, ເຊັ່ນ Taxi Group ຢູ່ຮາໂນ້ຍ (ມີແຖບສີແດງແລະສີຟ້າຕາມແນວນອນ), Vinasun ຢູ່ໂຮ່ຈີມິນ (ແທັກຊີສີຂາວ) ແລະ Mai Linh ຢູ່ທັງສອງເມືອງ (ແທັກຊີສີຂຽວ). Grab, Bee ແລະ GoViet ກໍມີໃຫ້ບໍລິການຈອງລົດໃນເມືອງໃຫຍ່ໆຂອງຫວຽດນາມເຊັ່ນກັນ ຫາກທ່ານມີຊິມກາດຫວຽດນາມ.
💡 ອ່ານຕໍ່: ການເດີນທາງພາຍໃນປະເທດຫວຽດນາມ
Vietnam Airlines ເຊິ່ງເປັນສາຍການບິນການຄ້າຢ່າງເປັນທາງການ ໄດ້ມີທ່ຽວບິນໄປຫາ 21 ຈຸດໝາຍປາຍທາງທົ່ວປະເທດ ແລະ ເປັນຕົວເລືອກທີ່ເຊື່ອຖືໄດ້. ຖ້າທ່ານມີງົບປະມານຈຳກັດ, Vietjet, Jetstar ແລະ ສາຍການບິນນ້ອງໃໝ່ Bamboo Airways ແມ່ນຕົວເລືອກທີ່ລາຄາປະຢັດ ແຕ່ກໍມີຊື່ສຽງເລື່ອງການລ່າຊ້າ.
💡 ອ່ານຕໍ່: ການເດີນທາງພາຍໃນປະເທດຫວຽດນາມ
ແມ້ວ່າລົດໄຟ Reunification Express ຈະຈອດຢູ່ ຮາໂນ້ຍ, ເຫ້ວ, ດານັງ, ຍາຈາງ, ຟານທຽດ (ມຸຍເນ) ແລະ ນະຄອນໂຮ່ຈີມິນ, ແຕ່ຖ້າທ່ານນັ່ງຢູ່ເທິງລົດໄຟຕະຫຼອດການເດີນທາງ, ຕາມທິດສະດີແລ້ວຈະໃຊ້ເວລາ 36 ຊົ່ວໂມງ. ມັນເປັນການເດີນທາງທີ່ຊ້າ ແຕ່ໜ້າປະທັບໃຈ, ລົດໄຟ Reunification Express ມີ 5 ທ່ຽວຕໍ່ມື້ (7:30PM; 10PM; 6AM; 9AM; 1:10PM) ຈາກທັງຮາໂນ້ຍ ແລະ ນະຄອນໂຮ່ຈີມິນ.
💡 ອ່ານຕໍ່: ການເດີນທາງພາຍໃນປະເທດຫວຽດນາມ
ແມ້ວ່າທ່ານຈະພົບເຫັນຮ້ານໃຫ້ເຊົ່າຢູ່ເກືອບທຸກໆເມືອງ, ແຕ່ນັກທ່ອງທ່ຽວຄວນລະມັດລະວັງຖ້າວາງແຜນທີ່ຈະເດີນທາງດ້ວຍລົດຈັກໃນຫວຽດນາມ. ລາຄາໃຫ້ເຊົ່າແມ່ນຂຶ້ນກັບຄຸນນະພາບຂອງລົດ. ໂດຍສະເລ່ຍແລ້ວ, ລົດຈັກສ່ວນໃຫຍ່ແມ່ນມີລາຄາແຕ່ 6 ຫາ 12 USD/ມື້. ທ່ານອາດຈະຖືກຮ້ອງຂໍໃຫ້ຝາກໜັງສືຜ່ານແດນຂອງທ່ານໄວ້ຢູ່ບໍລິສັດໃຫ້ເຊົ່າລົດຈັກ ຫຼື ຝາກເງິນມັດຈຳໄວ້ ຖ້າເຊົ່າພາຫະນະຫຼາຍກວ່າໜຶ່ງອາທິດ. ຄວນໃສ່ໝວກກັນກະທົບຢູ່ເທິງທ້ອງຖະໜົນສະເໝີ.
💡 ອ່ານຕໍ່: ການເດີນທາງພາຍໃນປະເທດຫວຽດນາມ
ຫວຽດນາມເປັນໜຶ່ງໃນຈຸດໝາຍປາຍທາງທີ່ປອດໄພທີ່ສຸດສຳລັບຜູ້ຍິງທີ່ເດີນທາງຄົນດຽວໃນພູມິພາກນີ້. ຄົນຫວຽດນາມສ່ວນໃຫຍ່ບໍ່ມັກການປະເຊີນໜ້າ ແລະ ຂ້ອນຂ້າງຂີ້ອາຍຕໍ່ໜ້າຊາວຕ່າງຊາດ. ແນວໃດກໍຕາມ, ກະລຸນາໃຊ້ວິຈາລະນະຍານຂອງທ່ານຢ່າງຮອບຄອບ. ໃນບັນດາເມືອງຕ່າງໆ ໂດຍສະເພາະ ນະຄອນໂຮ່ຈີມິນ, ແມ່ຍິງຄວນລະມັດລະວັງການຊິງກະເປົາຈາກຜູ້ຂີ່ລົດຈັກທີ່ຂີ່ຜ່ານໄປມາ.
💡 ອ່ານຕໍ່: ສຸຂະພາບ ແລະ ຄວາມປອດໄພ
ສ່ວນຫຼາຍແລ້ວ, ອາການທີ່ຮ້າຍແຮງທີ່ສຸດທີ່ທ່ານອາດຈະເປັນກັບເມືອເຮືອນແມ່ນໄຂ້ຫວັດທົ່ວໄປ ຫຼື ເຈັບທ້ອງເລັກໆນ້ອຍໆ. ພະຍາດທີ່ເກີດຈາກຄວາມຮ້ອນ ເຊັ່ນ: ພະຍາດລົມແດດ ແລະ ພາວະຂາດນ້ຳ ອາດເປັນບັນຫາໃນລະດູຮ້ອນ. ຄວນເອົາໃຈໃສ່ດື່ມນ້ຳໃຫ້ພຽງພໍ ແລະ ທາຄີມກັນແດດ.
💡 ອ່ານຕໍ່: ສຸຂະພາບ ແລະ ຄວາມປອດໄພ
ຄວາມສ່ຽງຂອງການຕິດເຊື້ອໄຂ້ມາລາເຣຍຈະສູງຂຶ້ນຢູ່ເຂດພູດອຍຊົນນະບົດ. ຄວນພິຈາລະນາກິນຢາປ້ອງກັນໄຂ້ມາລາເຣຍກ່ອນເດີນທາງໄປເຂດຫ່າງໄກສອກຫຼີກ. ພະຍາດທີ່ເກີດຈາກຍຸງທີ່ພົບເລື້ອຍກວ່າແມ່ນໄຂ້ເລືອດອອກ ເຊິ່ງມີການລະບາດເລື້ອຍໆທົ່ວປະເທດໃນໄລຍະບໍ່ເທົ່າໃດປີຜ່ານມາ. ວິທີປ້ອງກັນທີ່ດີທີ່ສຸດແມ່ນການສີດຢາກັນຍຸງຕະຫຼອດເວລາ ແລະ ນຸ່ງເຄື່ອງປົກປຸມຂໍ້ຕີນ ແລະ ແຂນໃນຊ່ວງແລງ, ແຖວໆຍາມຕາເວັນຕົກດິນ.
💡 ອ່ານຕໍ່: ສຸຂະພາບ ແລະ ຄວາມປອດໄພ
ເລີ່ມຕົ້ນແບບງ່າຍໆ. Xin chào (ສະບາຍດີ/ລາກ່ອນ) ແລະ cảm ơn (ຂອບໃຈ) ແມ່ນຈຸດເລີ່ມຕົ້ນທີ່ດີ. ສຳລັບວະລີທີ່ມີປະໂຫຍດອື່ນໆ ທ່ານສາມາດເບິ່ງໄດ້ທີ່ລິ້ງດ້ານລຸ່ມ.
💡 ອ່ານຕໍ່: ວະລີພາສາຫວຽດນາມ
ເມື່ອໄປຢ້ຽມຢາມສະຖານທີ່ທາງສາສະໜາ, ເຂດຊົນນະບົດ ແລະ ຫໍສຸສາລາ ໂຮ່ຈີມິນ, ທ່ານຄວນແຕ່ງກາຍໃຫ້ສຸພາບຮຽບຮ້ອຍ ໂດຍປົກປິດໄຫຼ່ ແລະ ຫົວເຂົ່າ. ຢ່າລືມປົດໝວກອອກເມື່ອເຂົ້າໄປໃນວັດ ຫຼື ເຈດີ.
💡 ອ່ານຕໍ່: ມາລະຍາດພື້ນຖານໃນຫວຽດນາມ
ມີຄລາສຮຽນເຮັດອາຫານຢ່າງຫຼາກຫຼາຍຫຼວງຫຼາຍໃນທຸກໆຈຸດໝາຍປາຍທາງຫຼັກຂອງຫວຽດນາມ. ປະສົບການຈະມີຄວາມແຕກຕ່າງກັນໄປ, ຕັ້ງແຕ່ຄລາສຮຽນເຮັດອາຫານແບບທັນສະໄໝໃນນະຄອນໂຮ່ຈີມິນ, ແບບດັ້ງເດີມໃນຮອຍອັນ ແລະ ແບບທ້ອງຖິ່ນໃນຢ່ານເມືອງເກົ່າຮ່າໂນ້ຍ. ເພື່ອເລີ່ມຕົ້ນ ພວກເຮົາຂໍແນະນຳ Morning Glory ໃນຮອຍອັນ.
ຫວຽດນາມເປັນໜຶ່ງໃນປະເທດທີ່ເປັນມິດກັບຜູ້ບໍລິໂພກອາຫານມັງສະວິຣັດຫຼາຍທີ່ສຸດໃນໂລກ. ອາຫານເຈ (Vegan) ອາດຈະຊອກຫາໄດ້ຍາກກວ່າ (ເນື່ອງຈາກຄົນຫວຽດນາມມັກນ້ຳປາ) ແຕ່ຂອງຫວານມັກຈະເປັນອາຫານເຈໂດຍທຳມະຊາດຢູ່ແລ້ວ.
💡 ອ່ານຕໍ່: ຄູ່ມືອາຫານມັງສະວິຣັດໃນຫວຽດນາມ
ບໍ່ມີຄຳຖາມທີ່ກົງກັບການຄົ້ນຫາຂອງທ່ານ.